Month: June 2021

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດຈຸດສັກວັກຊິນກັນພະຍາດໂຄວິດ 19

ເພື່ອອຳນວຍຄວາມສະດວກໃນການເຂົ້າເຖິງການສັກວັກຊິນປ້ອງກັນໂຄວິດ 19 ສຳລັບພະນັກງານ, ຄູ-ອາຈານຂອງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພະນັກງານບຳນານ, ຍາດຕິພີ້ນ້ອງຂອງພະນັກງານ, ຄູ-ອາຈານ ແລະນັກສຶກສາ, ທັງນີ້ເພື່ອສ້າງເລັ່ງສ້າງພູມຄຸ້ມກັນ, ທັງຮັບປະກັນໃຫ້ແກ່ການຮຽນ-ການສອນປີສຸດທ້າຍ ແລະການເຮັດວຽກຂອງພະນັກງານໄດ້ຢ່າງສະບາຍໃຈ, ດັ່ງນັ້ນ, ໃນວັນທີ 23 ມິຖຸນາ 2021 ສມປຊ ໄດ້ປະສານສົມທົບກັບ ກະຊວງສາທາລະນະສຸກ ໄດ້ສົ່ງທີມແພດນຳພາໂດຍ ທ່ານ ນ. ສີວັນ ສີບຸນເຮືອງ ຮອງຫົວໜ້າພະແນກພະຍາບານ ໂຮງໝໍມິດຕະພາບ ພ້ອມດ້ວຍຄະນະ…

ເມືອງແປກ ແຂວງຊຽງຂວາງ ເປີດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໃຫ້ຄະນະພັກບ້ານ, ນາຍບ້ານ ສົກປີ 2021

ໃນວັນທີ 21 ມິຖຸນາ 2021 ຢູ່ທີ່ສະໂມສອນເມືອງແປກ ແຂວງຊຽງຂວາງພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ສຳລັບຄະນະພັກບ້ານ, ນາຍບ້ານ ​ໃນ​ທົ່ວ​ເມືອງແປກ ສົກ​ປີ 2021 ພາຍໃຕ້ການເປັນປະທານ ຂອງ ທ່ານ ໜໍບີຫາ ຕົ່ງປາວຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ-ພະນັກງານຂັ້ນແຂວງ, ມີທ່ານ ປທ ຄຳຜຸຍ ໂນລາກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ທ່ານກົງທະນູ ອຸ່ນສະຫວັນ ກຳມະການພັກແຂວງ, ເຈົ້າເມືອງໆແປກ, ທ່ານ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຊົມເຊີຍບັນດາຜູ້ທີ່ໃຫ້ການສະໜັບສະໜູນທາງດ້ານວັດຖຸ, ອຸປະກອນ ແລະສີດຢາຂ້າເຊື້ອ ໃນການສະກັດກັ້ນ, ຄວບຄຸມ ແລະ ຕ້ານພະຍາດໂຄວິດ 19.

ຄະນະສະເພາະ​ກິດ ສະກັດ​ກັ້ນ, ຄວບ​ຄຸມ ​ແລະ ຕ້ານ​ພະຍາດ​ ໂຄ​ວິດ 19 (Covid 19) ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນເດືອນມິຖຸນາໄດ້ຮັບການປະກອບສ່ວນທາງດ້ານວັດຖຸ, ອຸປະກອນຮັບໃຊ້ເຂົ້າໃນການວັດແທກອຸນນະພູມ ແລະນໍ້າດື່ມ ຈາກຫຼາຍໆພາກສ່ວນທີ່ໄດ້ໃຫ້ການສະໜັບສະໜູນເພື່ອເປັນກຳລັງແຮງໃຈໃນການປະຕິບັດໜ້າທີ່ຂອງຄະນະສະເພາະ​ກິດສະກັດ​ກັ້ນ, ຄວບ​ຄຸມ ​ແລະ ຕ້ານ​ພະຍາດ​ໂຄ​ວິດ 19 (Covid 19) ສມປຊ. ຊຶ່ງມີລາຍຊື່ຜູ້ທີ່ໃຫ້ສະໜັບສະໜູນມີດັ່ງລຸ່ມນີ້: 1). ທ່ານ ທະນົງໄຊ ຄຸດໄພທູນ ແລະ ທ່ານ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ປະກາດການຈັດຕັ້ງ

ໃນຕອນເຊົ້າຂອງວັນທີ 8 ມິຖຸນາ 2021 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ຈັດພິທີປະກາດການຈັດຕັ້ງຂັ້ນກົມ ຫຼື ທຽບເທົ່າກົມ, ພາຍໃຕ້ການເປັນປະທານຂອງທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ພ້ອມດ້ວຍຄະນະ ແລະຕາງໜ້າຫ້ອງການ, ກົມ, ຄະນະຕ່າງໆ ແລະ ສູນຕ່າງໆ ເຂົ້າຮ່ວມຮັບເປັນສັກຂີພະຍານ.           ໂດຍພິທີດັ່ງກ່າວ ທ່ານ ປທ ນ. ໃບຊ່ຽນ…