Month: April 2021

ພິທີປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ລະບົບຊັ້ນກາງ ຮຸ່ນທີ XVI ແຂວງໄຊຍະບູລີ

ພິທີປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ລະບົບຊັ້ນກາງຮຸ່ນທີ XVI ສົກປີ 2019-2021 ໄດ້ຈັດຂຶ້ນໃນວັນທີ 12 ເມສາ 2021 ຢູ່ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ. ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ, ມີຄະນະນຳໂຮງຮຽນການເມືອງ ແລະ…

ທ່ານ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມາເຄື່ອນໄຫວເຮັດວຽກ ຢູ່ ໂຮງຮຽນການເມືອງແລະ ການປົກຄອງແຂວງໄຊຍະບູລີ

ໃນວັນທີ 12 ເມສາ 2021 ນີ້ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມາເຄື່ອນໄຫວເຮັດວຽກ ແລະພົບປະໂອ້ລົມຕໍ່ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ທີ່ຫ້ອງປະຊຸມໂຮງຮຽນການເມືອງ ແລະ ການປົກຄອງແຂວງ; ໃນໂອກາດນີ້ທ່ານ ປອ. ສີສອນພັນ ບຸນສີ ກໍາມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ…

ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານສະຫຼຸບວຽກງານການຈັດຕັ້ງປະຕິບັດເຄື່ອນໄຫວ ໄລຍະທີ 1 (2019-2020) ແລະທິດທາງແຜນການ ປະຈໍາ ປີ 2021

ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໄດ້ຈັດຕັ້ງກອງປະຊຸມການຈັດຕັ້ງປະຕິບັດວຽກງານການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໃນໄລຍະຜ່ານມາ ແລະ ປຶກສາຫາລືວາງທິດທາງແຜນການຄົ້ນຄວ້າໃນປີ 2021 ຂຶ້ນ ໃນຕອນເຊົ້າຂອງວັນທີ  9 ເມສາ ນີ້ ທີ່ຫ້ອງປະຊຸມຊັ້ນ 1 ຕຶກສູນຂໍ້ມູນຂ່າວສານ, ໂດຍການເປັນປະທານຂອງທ່ານ ປອ ຄໍາພັນ ພົມມະທັດ, ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານກວດກາສູນກາງພັກ, ປະທານທິດສະດີສູນກາງພັກ, ຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວມີທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກຳມະການກົມການເມືອງສູນກາງພັກ,…

ທ່ານ ຈຽງ ຈ້າຍ ດົ່ງ, ເອກອັກຄະລັດຖະທູດຈີນ ປາຖະກະຖາໃນຫົວຂໍ້: ປະຫວັດການສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ ແລະການພົວພັນຮ່ວມມືລະຫວ່າງສອງພັກ-ສອງລັດ ລາວ-ຈີນ

ໃນວັນທີ 8 ເມສາ ຢູ່ທີ່ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ມີພິທີຮັບຟັງປາຖະກະຖາ ໃນຫົວຂໍ້: ປະຫວັດການສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ ແລະການພົວພັນຮ່ວມມືລະຫວ່າງສອງພັກ-ສອງລັດ ລາວ-ຈີນ, ຊຶ່ງໃຫ້ກຽດບັນລະຍາຍໂດຍ ທ່ານ​ ຈຽງ ຈ້າຍ ດົ່ງ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ, ເປັນກຽດຕ້ອນຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ພ້ອມດ້ວຍຄະນະ…