Month: December 2020

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມກອງປະຊຸມທາງໄກຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ

ໃນຕອນເຊົ້າຂອງວັນທີ 22 ທັນວາ 2020 ທ່ານ ຮສ ສະໝຸດທອງ ສົມພານິດ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເຂົ້າຮ່ວມກອງປະຊຸມທາງໄກກ່ຽວກັບຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ທີ່ຈັດຂຶ້ນຢູ່ ກະຊວງແຜນການ ແລະການລົງທຶນ ເພື່ອສະຫຼຸບວຽກງານການເຄື່ອນໄຫວປະຈຳປີ 2020 ແລະວາງທິດທາງແຜນການປະຈໍາປີ 2021 ຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ, ປະທານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ,…

ພິທີປິດການແຂ່ງຂັນກີລາ 3 ອົງການຈັດຕັ້ງມະຫາຊົນ ສມປຊ, ຄັ້ງທີ II ປະຈຳປີ 2020

​ເພື່ອ​ເປັນ​ການ​ຄໍານັບ​ຮັບ​ຕ້ອນວັນ​ສໍາຄັນ​ຕ່າງໆ ຂອງ​ພັກຂອງ​ຊາດ ​ແລະ​ຮັດ​ແໜ້ນຄວາມ​ສາມັກ​ຄີ ຂອງ​ພະນັກ ງານ-ສະມາ​ຊີກ​ພາຍ​ໃນ​ສາມ​ອົງການ​ຈັດ​ຕັ້ງ​ມະຫາຊົນ ​ໃຫ້​ມີ​ຄວາມໜັກ​ແໜ້ນ​ຂຶ້ນ​ກວ່າ​ເກົ່າ. ໃນ​ຕອນ​ບ່າຍ ຂອງວັນ​ທີ 17 ທັນວາ 2020 ຢູທີ່​ເດີ່ນ​ກີລາ ຂອງສະ​ຖາ​ບັນ​ການ​ເມືອງ ​ແລະ​ການ​ປົກຄອງ​ແຫ່ງ​ຊາດ ​ໄດ້​ຈັດ​ພິທີ​ປິດ​ການ​ແຂ່ງຂັນ​ກິລາ​ປະ​ເພດ​ຕ່າງໆຂຶ້ນ. ​ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ປະທານ​ຂອງ ສະຫາຍ ປອ ສາຍ​ຄໍາ ມູນ​ມະນີ​ວົງ ຄະນະ​ບໍລິຫານ​ງານ​ພັກ ຜູ້​ຊີ້​ນໍ​າອົງການ​ຈັດ​ຕັ້ງ​ມະຫາຊົນ, ຮອງ​ຫົວໜ້າ ຄະນະ​ປັດ​ຊະ​ຍາ, ​ເປັນກຽດ​ເຂົ້າ​ຮ່ວມ ຂອງ​ສະຫາຍ ປທ ນາງ ບຸ​ມມີ ຈຸນລະ​ຈັກ…

ໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ ຈັດພິທີປິດຊຸດຮຽນ ສົກປີ 2019-2020

ໃນວັນທີ 9 ທັນວາ 2020 ຢູ່ທີ່ໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ ຈັດພິທີປິດຊຸດຮຽນລະບົບຊັ້ນກາງຂຶ້ນ ພາຍໃຕ້ການເປັນປະທານ ຂອງທ່ານ ປທ ບົວເງິນ ຫຸມໄຊຍະພົມ ຮອງເລຂາພັກແຂວງ ຫົວໜ້າພະແນກແຜນການ ແລະການລົງທຶນແຂວງ ມີທ່ານ ປທ ນ. ບົວສີ ນາຖາວົງ ຄະນະປະຈຳພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ທ່ານ ແດງ ປະທຸມທອງ ຮອງເລຂາພັກແຂວງໄຊສົມບຸນ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງແຂວງ, ຄະນະປະຈຳພັກເມືອງ 7…

3 ອົງການຈັດຕັ້ງມະຫາຊົນ ໂຮງຮຽນການເມືອງ ແລະການປົກຄອງ ແຂວງຊຽງຂວາງ ໄດ້ຮັບນາມມະຍົດ ເປັນໜ່ວຍຊາວໜຸ່ມ 4 ບຸກ, ແມ່ຍິງ 3 ດີ ແລະ 5 ເປັນເຈົ້າຂອງກຳມະບານ ປະຈຳປີ 2020.

ໃນວັນທີ 8 ທັນວາ 2020 ຢູ່ທີ່ໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ ໄດ້ຈັດພິທີມອບນາມມະຍົດຂອງ 3 ອົງການຈັດຕັ້ງມະຫາຊົນຂຶ້ນ ພາຍໃຕ້ການເປັນປະທານ ຂອງສະຫາຍ ປທ ນ. ບົວສີ ນາຖາວົງ ຄະນະປະຈຳພັກແຂວງ ເລຂາໜ່ວຍພັກ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ມີບັນດາສະຫາຍຕາງໜ້າຈາກ ຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫະພັນແມ່ຍິງແຂວງ, ກຳມະບານແຂວງ , ມີບັນດາຄະນະອົງການຈັດຕັ້ງມະຫາຊົນຂອງໂຮງຮຽນ, ມີບັນດາສະມາຊິກຊາວໜຸ່ມ,​ ແມ່ຍິງ ແລະກໍາມະບານທີ່ເປັນຄູ-ອາຈານ ແລະນັກສຶກສາຮຸ່ນທີ XVI,…